ຕົ້ນນຽມ

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Ellipanthus tomentosus Kurz / Connaraceae
ຊື່ພ້ອງ
Connarus monophyllus Wall.
Connarus urdanetensis Elmer
Ellipanthus burebidensis Elmer
Ellipanthus cinereus Pierre
Ellipanthus curtisii King
Ellipanthus gibbosus King
Ellipanthus griffithii Hook.f.
Ellipanthus helferi Kurz
Ellipanthus longifolius Merr.
Ellipanthus luzoniensis S.Vidal
Ellipanthus mindanaensis Merr.
Ellipanthus monophyllus Hook.f. ex B.D.Jacks.
Ellipanthus neglectus Gamble
Ellipanthus sarawakensis Schellenb.
Ellipanthus subrufus Pierre
Ellipanthus tomentosus var. gibbosus (King) Leenh.
Ellipanthus tomentosus var. luzoniensis (King) Leenh.
Ellipanthus urdanetensis (Elmer) Merr.
Ellipanthus vidalii Elmer
ຊື່ອື່ນ
Thai: ຄໍາຣອກ, ຕານກົດ.
ບັນຍາຍລັກສະນະພືດສາດ

ຕົ້ນນຽມຈັດເປັນພັນໄມ້ຟູ່ມ ຫຼື ໄມ້ຢືນຕົ້ນຂະໜາດກາງ, ສູງ 12-20 ມ, ບໍ່ຄ່ອຍແຕກກິ່ງກ້ານ, ເປືອກຕົ້ນເປັນສີນໍ້າຕານແດງ ຫຼື ສີເທົາ, ກິ່ງອ່ອນມີຂົນສີນໍ້າຕານຂຶ້ນປົກຄຸມ. ໃບເປັນໃບດ່ຽວອອກລຽງສະລັບ, ລັກສະນະຂອງໃບເປັນຮູບຮີຄ່ອນຂ້າງຍາວ ຫຼື ຮູບຣີ, ປາຍມົນຫາແຫຼມ, ໃບກວ້າງ 3.5-8 ຊມ ແລະ ຍາວ 8-18 ຊມ, ແຜ່ນໃບໜາຄ້າຍຄືແຜ່ນໜັງ, ຜິວໃບດ້ານເທິງມີຂົນຂຶ້ນຕາມເສັ້ນກາງໃບ, ສ່ວນໃບດ້ານລຸ່ມມີຂົນລະອຽດສີນໍ້າຕານແດງສັ້ນໜາຂຶ້ນທົ່ວໄປ. ອອກດອກເປັນຊໍ່ແຍກຂະແໜງຕາມງ່າມໃບ, ຍາວ 3 ຊມ, ກ້ານຊໍ່ດອກສັ້ນ, ດອກສ່ວນໃຫຍ່ເປັນດອກສົມບູນເພດ, ມີກາບດອກ 5 ກີບ, ສີຂຽວອ່ອນ, ລັກສະນະກາບເປັນຮູບໄຂ່ປາຍທູ່ ຫຼື ແຫຼມ, ສ່ວນກີບດອກມີ 5 ກີບ ເປັນສີຂາວ ຫຼື ສີຄີມ ແຍກກັນ. ລັກສະນະໝາກເປັນຮູບຊົງຂ້ອນຂ້າງມົນ, ປາຍໝາກແຫຼມ, ໝາກມີຂະໜາດຍາວ 2-4 ຊມ, ຜິວໝາກມີຂົນລະອຽດສີນໍ້າຕານແດງຂຶ້ນໜາແໜ້ນ, ມີກ້ານໝາກສັ້ນ, ໝາກອ່ອນເປັນສີຂຽວສ່ວນໝາກແກ່ເປັນສີນໍ້າຕານ, ເປືອກໝາກບາງບໍ່ມີເນື້ອ, ພໍແກ່ຈະແຕກອອກເປັນ 2 ຊີກ, ພາຍໃນໝາກມີແກ່ນ 1 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ:
    - ເນື້ອໄມ້ໃຊ້ໃນການກໍ່ສ້າງ, ເຮັດເຄື່ອງຈັກສານ, ເຄື່ອງມືການກະເສດ, ເຄື່ອງໃຊ້ສອຍຕ່າງໆ ແລະ ໃຊ້ເຮັດເຊື້ອໄຟໄດ້ດີ.
ສັບພະຄຸນ:
    - ກິ່ງກ້ານ ແລະ ຕົ້ນໃຊ້ຕົ້ມກັບນໍ້າດື່ມເປັນຢາຊ່ວຍໃຫ້ຈະເລີນອາຫານ.
    - ເນື້ອໄມ້ມີລົດຂົມຝາດມັນເປັນຢາຖ່າຍພິດເສມຫະ ແລະ ເລືອດ.
    - ເນື້ອໄມ້ໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ເຈັບທ້ອງ, ຊ່ວຍຄ້າຍອາການເກັງຂອງກ້າມເນື້ອທ້ອງ.
    - ຮາກໃຊ້ຕົ້ມກິນກັບນໍ້າເປັນຢາບໍາລຸງຫຼັງເກີດລູກຂອງຜູ້ຍິງ.

ການປະກອບສ່ວນ