ຕົ້ນສາມສາຟຸ່ມ / Cathormion

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cathormion umbellatum (Vahl) Kosterm. / Fabaceae
ຊື່ພ້ອງ
Cathormion umbellatum subsp. umbellatum
Feuilleea umbellata (Vahl) Kuntze
Inga concordiana DC.
Inga umbellata (Vahl) Willd.
Mimosa concordiana Roxb.
Mimosa umbellata Vahl
Pithecellobium umbellatum (Vahl) Benth.
Pithecolobium malayanum Pierre
Pithecolobium umbellatum (Vahl) Benth.
ຊື່ອື່ນ
ລາວ: ຕົ້ນຄໍ່າພີ້
ຊື່ໄທ: ໝາກຂາມແຂກ, ຣະກຳປ່າ.
ຊື່ສາມັນ: Cathormion
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ, ແຕກກິ່ງກ້ານຕໍ່າ. ລຳຕົ້ນສູງ 4-5 ມ, ມີໜາມກະຈ່່າຍຢູ່ທົ່ວລຳຕົ້ນ, ກິ່ງອ່ອນມີຂົນຊະຊາຍ. ໃບປະສົມແບບຂົນນົກຂັ້ນສອງ, ອອກຮຽງສະຫຼັບ, ຍາວ 4-7 ຊມ. ໃບປະສົມຍ່ອຍມີ 2-4 ຄູ່, ອອກຮຽງກົງກັນຂ້າມ, ຍາວ 3-6 ຊມ. ໃບຍ່ອຍມີ 5-13 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບຂອບຂະໜານ, ຍາວ 1-1.5 ຊມ, ໂຄນໃບຕັດ, ຂອບລຽບ, ປາຍມົນ ຫຼື ມີຕິ່ງໜາມ, ບໍ່ມີກ້ານໃບຍ່ອຍ. ຊໍ່ດອກແບບດິ້ວຄັັນຮົ່ມ. ດອກຍ່ອຍອອກເປັນກະຈຸກແໜ້ນ, ດອກວົງນອກຍາວກ່ວາດອກວົງໃນເລັັັັກນ້ອຍ, ຮູບຈວຍ, ຍາວປະມານ 7 ມມ. ກາບດອກແຍກອອກຈາກກັນເປັນ 5 ແສກ, ຮູບສາມຫຼ່ຽມ, ຍາວປະມານ 3 ມມ. ກີບດອກມີ 5 ກີບ, ຮູບຫອກ, ຍາວປະມານ 2 ມມ, ຂອບມີຂົນຂຸຍກະຈາຍຢ່າງໜາແໜ້ນ. ເກສອນເພດຜູ້ມີຈຳນວນຫຼາຍ, ກ້ານຊູຖົງລະອອງເຊື່ອມຕິດກັນເປັນຫຼອດ, ຍາວ 4-5 ຊມ. ເຕົ້າໄຂ່ກ້ຽງ, ຄໍເຕົ້າໄຂ່ຮູບເສັ້ນດ້າຍ, ປາຍຮ່ວງຮັບມີລັກສະນະເປັນຕຸ່ມ. ໝາກເປັນຝັກໂຄ້ງງໍ, ແປ, ເປັນວັກເປັນຄື້ນຕາມເມັດ, ຍາວປະມານ 20 ຊມ. ແກ່ນແປ, ຮູບໄຂ່ປີ້ນ, ຍາວ 1-1.2 ຊມ. 

ບັນຍາຍການນຳໃຊ້

ສັບພະຄຸນ: ແກ່ນ ໃຊ້ຝົນກັບເຫຼົ້າໃຊ້ດື່ມ ເປັນຢາແກ້ເລືອດລົມ, ແກ້ອາການນອນບໍ່ຫຼັບ, ກິນເຂົ້າບໍ່ແຊບ.

ການປະກອບສ່ວນ